ເມືອງວິລະບູລີ ຈັດພິທີ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ
ເມືອງວິລະບູລີ, ແຂວງສະຫວັນນະເຂດ
ໄດ້ຈັດພິທີສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ
2025, ພາຍໃຕ້ຄຳຂວັນ “ຫຼຸດຜ່ອນການນຳໃຊ້ປລາສຕິກ ເພື່ອອ ສິ່ງແວດລ້ອມທີ່ສະອາດ
ແລະ ສົດໃສ #BEAT
PLASTIC POLLUTION”
ໂດຍການເປັນປະທານຂອງທ່ານ
ວາລີຍະ ສີຈັນທອງທິບ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆວິລະບຸລີ
ແລະ ມີບັນດາທ່ານຄະນະປະຈຳ, ກຳມະການພັກເມືອງ, ຄະນະຫ້ອງການອອມຂ້າງເມືອງ, ຕາງໜ້າບໍລິສັດລ້ານຊ້າງ ຂຸດຄົ້ນຄຳ, ມີອຳນາດການປົກຄອງບ້ານ
ກຸ່ມ 12, 13 ແລະ ນັກຮຽນ ເຂົ້າຮ່ວມຢ່າງຟົດຟື້ນ.
ເມືອງໄດ້ຖືເອົາວັນດັ່ງກ່າວນີ້ ເພື່ອເປັນການກະຕຸກຊຸກຍູ້ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ ໄດ້ຮັບຮູ້ ເຂົ້າໃຈ ແລະ ມີສ່ວນຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມ, ທັງເປັນການປຸກລະດົມກໍາລັງໃຈອັນແຮງກ້າໃຫ້ປະຊາຊົນບັນດາເຜົ່າຊາວຂອງເມືອງວິລະບູລີ ໄດ້ຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ
ເພື່ອຖະນຸຖະໜອມໂລກຂອງພວກເຮົາດ້ວຍການປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ
ແກ້ໄຂບັນຫາສິ່ງແວດລ້ອມ ຕາມຄຳຂວັນຂອງປີນີ້ຄື: “ຫຼຸດຜ່ອນການນໍາໃຊ້ປລາສຕິກ ເພື່ອສິ່ງແວດລ້ອມທີ ສະອາດ ແລະ ສົດໃສ #BEAT
PLASTIC POLLUTION.
ສໍາລັບເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ ມີຈໍານວນທັງໝົດ 200 ເບ້ຍ ແລະໄດ້ມອບເບ້ຍໄມ້ໃຫ້ເມືອງ ເພື່ອໄປປູກຟື້ນຟູປ່າເຂດໜອງທ່າດາ ແລະ ສະຖານທີ່ສໍາຄັນຂອງເມືອງອີກ 400 ເບ້ຍ ແລະ ໄດ້ແຈກຢາຍ ຖົງທີ່ເຮັດຈາກຜ້າຝ້າຍ ຈຳນວນ 150 ຖົງ, ໝວກ ຈຳນວນ 250 ຫົວ ແລະ ຈອກເຫຼັກ 150 ອັນ ທີ່ສາມາດນໍາກັບມານໍາໃຊ້ຄືນໄດ້ອີກ ເຊິ່ງໄດ້ຮັບການປະກອບສ່ວນຈາກບໍລິສັດລ້ານ ຊ້າງມີເນໂຣນສ໌ ຈໍາກັດ ລວມມີປະເພດ ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ແຕ້ໜາມ, ໄມ້ກະຈະ. ຈາກນັ້ນ, ການນໍາຂອງເມືອງ ພ້ອມດ້ວຍແຂກທຸກພາກສ່ວນທີ່ເຂົ້າຮ່ວມໃນພິທີຄັ້ງນີ້ ກໍ່ໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ທີ່ເດີ່ນຫ້ອງວ່າການປົກຄອງຄອງ ຢ່າງເປັນຂະບວນການຟົດຟື້ນ.

ไม่มีความคิดเห็น: