วันอังคารที่ 21 มกราคม พ.ศ. 2563

ພິທີມອບ-ຮັບ ຫົວໜ້າຫ້ອງການ ຊສ ເມືອງ ວິລະບຸລີ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

         
                ວັນ​ທີ 21 ມັງ​ກອນ 2020 ຫ້ອງ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແລດ​ລ້ອມ​ເມືອງ ວິ​ລະ​ບູ​ລີ ໄດ້​ຈັດ​ພິ​ທີ​ມອບ-​ຮັບ ວຽກ ລະ​ຫວ່າງ ທ່ານ​ ຄຳ​ມີ​ ພັດ​ສະ​ດາ​ວົງ ຫົວ​ໜ້າ​ຫ້ອງ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມເມືອງ​ຜູ້​ເກົ່າ ມອບ​ໃຫ້​ ທ່ານ ໄພ​ມະ​ນີ ວົງ​ໄຊ​ຄຳ ຫົວ​ໜ້າ​ຫ້ອງ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່​ງແວດ​ລ້ອມ​ເມືອງ ຜູ້​ໃໝ່ ໂດຍ​ການ​ເປັນ​ປະ​ທານ​ຂອງ ​ທ່ານ ທອງ​ໄຫຼ ວິ​ໄລ​ພອນ ຮອງ​ເລ​ຂາ​ພັກ​ເມືອງ. ມີ​ບັນ​ດາ​ທ່ານ ຫົວ​ໜ້າ​ຫ້ອງວ່າ​ການ​ປົກ​ຄອງ​ເມືອງ, ຄະ​ນະ​ຈັດ​ຕັ້ງ​ເມືອງ, ຫ້ອງ​ການກວດ​ກາ​ພັດ-ລັດ​ເມືອງ ແລະ ພ້ອມ​ດ້ວຍ​ພະ​ນັກ​ງານ​ຫ້ອງ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ເມືອງ ເຂົ້າ​ຮ່ວ​ຢ່າງ​ພ້ອມ​ພຽງ. 

ไม่มีความคิดเห็น:

แสดงความคิดเห็น