วันพุธที่ 25 ธันวาคม พ.ศ. 2562

ພິທີຈັດຝຶກອົບຮົບ ແນະນຳວິທີການສ້າງ ອອກແບບ, ດັດແກ້, ປັບປຸງ ແລະ ນຳໃຊ້ ເວັບບຼ໋ອກເກີ ທີ່ຫ້ອງການ ຊສ ເມືອງ ວິລະບູລີ


     ໃນເວລາ 14 ໂມງ 00 ນາທີ  ຂອງວັນທີ 25 ທັນວາ 2019 ທາງທິມງານຂະແໜງແຜນການສະຖິຕິຂໍ້ມູນ ແລະ ຂ່າວສານໄດ້ຈັດຝຶກອົບຮົບ ກ່ຽວກັບ ເວັບບຼ໋ອກເກີ ແລະ ນຳໃຊ້ເວັບບຼ໋ອກເກີ ຂື້ນທີ່ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ວິລະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳມີ ພັດສະດາວົງ ຫົວໜ້າຫ້ອງການ ຊສ ເມືອງ ວິລະບູລີ ພ້ອມດ້ວຍຄະນະ ແລະ ວິຊາການຈາກຂະແໜງ ພຊສ ແລະ ວິຊາການ ຂອງເມືຶອງ 11 ທ່ານ, ຍິງ 3 ທ່ານ. 
     ທ່ານ ພົນລະຄອນ ສຸລິວົງ ຮອງຫົວໜ້າຂະແໜງແຜນການ ສະຖິຕິຂໍ້ມູນຂ່າວສານ  ໄດ້ສະເໜີຈຸດປະສົງ ແລະ ໄດ້ຈັດພິທີຝຶກອົບຮົມ ແນະນຳ, ວິທີການສ້າງ, ອອກແບບ ປັບປຸງ ແລະ ນຳໃຊ້ເວບບ໋ອກເກີ້, ຮຽນຮູ້ວິທີການອັບໂຫຼດຮູບພາບ, ຂໍ້ມູນເອກະສານ, ດຳລັດ ແລະ ຂໍ້ຕົກລົງຕ່າງໆ ແນະ ນຳວິທີການຂຽນຂ່າວ, ການເຜີຍແຜ່ຂໍ່ມູນວຽກງານວີຊາສະເພາະທີ່ກ່ຽວຂ້ອງຂະບວນການຕ່າງໆ ລົງເວບບ໋ອກເກີ້. 

     ມາຮອດເວລາ 17 ໂມງ 00 ນາທີ  ຂອງວັນດຽວກັນການຝຶກອົບຮົມກໍ່ໄດ້ສິ້ນສຸດລົງ.

ไม่มีความคิดเห็น:

แสดงความคิดเห็น